ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂະແໜງ​ຕັດຫຍິບ​ຫວຽດນາມ ມຸ່ງ​​ເປົ້າ​ໝາຍ​ສົ່ງ​ອອກ 44 ຕື້​ໂດ​ລາ ໃນ​ປີ 2024

     ວິທະຍຸ​ກະຈາຍສຽງ​ຫວຽດນາມ ລາຍ​ງານ​ໃນອາທິດຜ່ານມາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຕ່ຳແຜ່ນ​ຕັດຫຍິບ​ຫວຽດນາມ (VITAS)
ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ຂະແໜງ​ຕ່ຳແຜ່ນ​ຕັດຫຍິບ ປີ 2023. ໃນ​ປີ 2023, ວົງ​ເງິນ​ສົ່ງ​ອອກ​ທົ່ວ​ຂະແໜງ​ບັນລຸ​ໄດ້ 40,3 ຕື້​ໂດ​
ລາ​ສະຫະລັດ, ຫຼຸດ​ລົງ​ປະມານ 9% ເມື່ອ​ທຽບໃສ່​ປີ 2022. ປັດຈຸ​ບັນ, ຫວຽດນາມ ນອນ​ໃນ 3 ປະເທດ​ສົ່ງ​ອອກ​ຕ່ຳແຜ່ນ​ຕັດຫຍິບ​
ໃຫຍ່​ທີ່​ສຸດ​ໃນ​ໂລກ.

     ໃນ​ນັ້ນ, ອາ​ເມ​ຣິ​ກາ ແມ່ນ​ຕະຫຼາດ​ທີ່​ມີ​ອັດຕາ​ສ່ວນ​ຫຼາຍ​ກວ່າ​ໝູ່, ຖັດມາ​ແມ່ນ​ສະຫະພາບ​ເອີ​ຣົບ, ສ ເກົາ ຫຼີ, ຈີນ, ຍີ່ປຸ່ນ. ຂະ
ແໜງ​ຕ່ຳແຜ່ນ​ຕັດຫຍິບ​ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ເປີດ​
ກວ້າງ​ຕະຫຼາດ​ສົ່ງ​ອອກ. ເປົ້າ​ໝາຍ​ທີ່​ຂະແໜງ​ຕ່ຳແຜ່ນ​ຕັດຫຍິບ​ວາງ​ອອກ​ແມ່ນ​ວົງ​ເງິນ​ສົ່ງ​ອອກ​ໃຫ້ບັນລຸ 44 ຕື້​ໂດ​ລາ​ສະຫະລັດ, ເພີ່ມ​
ຂຶ້ນ 9,2% ເມື່ອ​ທຽບໃສ່​ປີ 2023.

     ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຈາກ​ສິ່ງ​ທ້າ​ທາຍ, ມາດ​ຕະການ​ຕົ້ນຕໍ​ຂອງ​ຂະແໜງ​ຕ່ຳແຜ່ນ​ຕັດຫຍິບ​ແມ່ນ​ລົງທຶນ​ໃຫ້​ແກ່​ການ​ພັດທະ
ນາ​ແບບ​ຍືນ​ຍົງ, ພັດທະນາ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ແລະ ຊັບ​ພະຍາກອນ​ມະນຸດ; ໃນ​ນັ້ນດຶງ​ດູດ​ບັນດາ​ໂຄງການ​ຕ່ຳແຜ່ນ​ແພ-ຍ້ອມ​
ສີ-ປະກອບ​ເຕັກ​ໂນ​ໂລ​ຊີ​ສູງ​ໃຫ້​ເຂດ​ອຸດສາຫະກຳ; ລົງທຶນ​ຜະລິດ​ວັດຖຸ​ດິບ​ທຳ​ມະ​ຊາດ​ໃໝ່ ທີ່ເປັນ​ມິດ​ກັບ​ສິ່ງແວດລ້ອມ; ລົງທຶນ​ພັດ
ທະນາ​ຂະແໜງ​ແຟ​ຊັ່ນ​ຕາມ​ກະແສ​ໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2023